ການສ້າງເກນທົດສອບສະມັດຖະພາບທາງກາຍຂອງນັກສຶກສາ (ຊາຍ) ຄະນະວິທະຍາສາດການກິລາ-ກາຍະກຳ, ມະຫາວິທະຍາໄລແຫ່ງຊາດ

Establishing physical fitness test criteria for male students in the Facculty of sport science and Physical education, National University of Laos

Authors

  • Bounly h Patsaphan Faculty of Sport Science and Physical Education National University of Laos Author
  • Viengphone Thammavong Faculty of Sport Science and Physical Education National University of Laos Author
  • Tadam phommalath Faculty of Sport Science and Physical Education National University of Laos Author
  • Saichay Lormaysim Faculty of Sport Science and Physical Education National University of Laos Author
  • Phinvan Khamsingthong Faculty of Sport Science and Physical Education National University of Laos Author

DOI:

https://doi.org/10.71026/ss.2024.02019

Keywords:

ການຄັດເລືອກບົດທົດສອບ, ການສ້າງການ

Abstract

ການຄົ້ນຄວ້າວິໄຈໃນຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອຄັດເລືອກບົດທົດສອບສະມັດຖະພາບທາງກາຍ ແລະ ສ້າງເກນການທົດສອບສະມັດຖະພາບທາງກາຍ ສຳລັບນັກສຶກສາ ຊາຍ ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາ ວິທະຍາໄລແຫ່ງຊາດ. ກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາໃນຄັ້ງນີ້ ແມ່ນນັກສຶກສາ ຊາຍ ຄະນະວິທະຍາສາດ ການກິລາ-ກາຍະຈຳນວນທັງໝົດ 110 ຄົນ. ໂດຍການສຸ່ມແບບສະເພາະເຈະຈົງ ຈາກນັກສຶກສາທັງໝົດໃນສົກ 2022-2023. ເຄື່ອງມືທີ່ໃຊ້ໃນຂະບວນການເກັບກຳຂໍ້ມູນປະກອບດ້ວຍແບບສອບຖາມ ແລະ ການທົດສອບເອົາສະຖິຕິ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນປະກອບດ້ວຍ: ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ,  ຄ່າຄວາມໜ້າເຊື່ອຖື.  ຜົນຂອງການຄົ້ນຄວ້າພົບວ່າ ການຄັດເລືອກບົດທົດສອບສະມັດຖະພາບທາງກາຍຂອງນັກສຶກ ຄະນະວິທະຍາສາດການກິລາ-ກາຍະກຳ ສາມາດຄັດເລືອກບົດທົດສອບ ຊາຍ ທັງໝົດ 07 ລາຍການ ມີຄວາມສໍາພັນກັນຢ່າງແໜ້ນແຟ້ນທີ່ມີ ຄ່າຂອງ R= 0.91 ຫາ 1. ເພາະແນວນັ້ນບົດທົດສອບທັງ 07 ລາຍການ ລ້ວນແລ້ວແຕ່ຮັບປະກັນຄວາມເຊື່ອໝັ້ນ ແລະ ສາມາດນຳໃຊ້ໄດ້. ຜົນຂອງການສ້າງເປັນເກນໃຫ້ຄະແນນ ໃນການສອບສະມັດຖະພາບທາງກາຍ ໃຫ້ກັບນັກສຶກສາ ຊາຍ ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດໄດ້ ຕາມມາດຕະ ຖານການປະເມີນ 5 ລະດັບ (ເກັ່ງຫຼາຍ, ເກັ່ງ, ກາງ, ອ່ອນ ແລະ ອ່ອນຫຼາຍ) ແລະ ສາມາດເຮັດໃຫ້ການທົດສອບສະມັດຖະພາບພາບທາງກາຍຂອງນັກສຶກສາສະດວກຍິ່ງຂຶ້ນ.  

 

Downloads

Download data is not yet available.

Published

2024-12-30

How to Cite

Patsaphan, B. h, Thammavong, V. ., phommalath, T. ., Lormaysim, S. ., & Khamsingthong, P. . (2024). ການສ້າງເກນທົດສອບສະມັດຖະພາບທາງກາຍຂອງນັກສຶກສາ (ຊາຍ) ຄະນະວິທະຍາສາດການກິລາ-ກາຍະກຳ, ມະຫາວິທະຍາໄລແຫ່ງຊາດ: Establishing physical fitness test criteria for male students in the Facculty of sport science and Physical education, National University of Laos. ວາລະສານວິທະຍາສາດສັງຄົມ, 24(2), 162-167. https://doi.org/10.71026/ss.2024.02019

Similar Articles

1-10 of 99

You may also start an advanced similarity search for this article.