This is an outdated version published on 2026-02-22. Read the most recent version.

ການສົ່ງເສີມ STEM ສຶກສາ ເຂົ້າໃນການຈັດການຮຽນ-ການສອນ ສໍາລັບຄູຄະນະສຶກສາສາດ ມະຫາວິທະຍາໄລໃນ ສປປ ລາວ

PROMOTING STEM EDUCATION IN THE INSTRUCTION FOR TEACHERS AT FACULTY OF EDUCATION UNIVERSITY IN LAOS

Authors

  • sonenasin Keoviengkhone National University of Laos Author
  • Sithane SOUKHAVONG Faculty of Education, National University of Laos Author
  • Phonesy VETHANA Faculty of Education, National University of Laos Author
  • Bounmany THIPTHILATH Faculty of Education, National University of Laos Author
  • Honglatda TAOCHANXAY Faculty of Education, National University of Laos Author

DOI:

https://doi.org/10.71026/ss.2026.01004

Keywords:

STEM Education, Promoting, Instruction, Faculty of Education Teachers, University in Lao

Abstract

ບົດຄັດຫຍໍ້

 

 

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງຄື 1) ເພື່ອສຶກສະພາບປະຈຸບັນ ແລະ ຄວາມຕ້ອງການ ກ່ຽວກັບການຈັດການຮຽນ-ການສອນ STEM ສຶກສາ ຂອງຄູສອນຄະນະສຶກສາສາດ, ມະຫາວິທະຍາໄລໃນ ສປປ ລາວ. 2) ເພື່ອສຶກສາຄວາມຕ້ອງການຈໍາເປັນ ໃນການພັດທະນາການຈັດການຮຽນ-ການສອນ STEM ສຶກສາ ຂອງຄູຄະນະສຶກສາສາດ, ມະຫາວິທະ ຍາໄລໃນ ສປປ ລາວ ແລະ 3) ເພື່ອສຶກສາແນວທາງສົ່ງເສີມການຈັດການຮຽນ-ການສອນ STEM ສຶກສາ ຂອງຄູສອນຄະນະສຶກສາສາດ, ມະຫາວິທະຍາໄລໃນ ສປປ ລາວ. ກຸ່ມເປົ້າໝາຍທີ່ໃຊ້ໃນການຄົ້ນຄວ້າແມ່ນຄູສອນຈຳນວນ 110 ທ່ານ, ຜູ້ບໍລິຫານ ແລະ ຫົວໜ້າພະແນກວິຊາການຈຳນວນ 6 ທ່ານ ຈາກຄະນະສຶກສາສາດ, ມະຫາວິທະຍາໄລໃນ ສປປ ລາວ.  ເຄື່ອງມືທີ່ໃຊ້ໃນການເກັບຂໍ້ມູນຄັ້ງນີ້ປະກອບມີ ແບບສອບຖາມກ່ຽວກັບສະພາບ ແລະ ຄວາມຕ້ອງການຕ້ອງການ ກ່ຽວກັບການຈັດການຮຽນ-ການສອນ STEM ສຶກສາ ສຳລັບຄູສອນ ແລະ ແບບສໍາພາດຜູ້ບໍລິຫານ ແລະ ຫົວໜ້າພະແນກວິຊາການ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່ ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ຄ່າດັດສະນີຄວາມສຳຄັນຂອງລຳດັບຄວາມຕ້ອງການຈຳເປັນ (PNI Modified) ແລະ ການວິເຄາະຂໍ້ມູນຄຸນນະພາບແມ່ນນໍາໃຊ້ການວິເຄາະດ້ວຍເນື້ອໃນ (Content Analysis).

ຜົນການຄົ້ນຄວ້າພົບວ່າ:

  1. ສະພາບການຈັດການຮຽນການສອນຂອງຄູສອນຄະນະສຶກສາສາດ, ມະຫາວິທະຍາໄລໃນ ສປປ ລາວ ຕາມແນວຄິດ STEM ສຶກສາ ໂດຍລວມມີສະພາບຢູ່ໃນລະດັບປານກາງແລະ ມີຄວາມຕ້ອງການຈັດການຮຽນການສອນຕາມແນວຄິດ STEM ສຶກສາ ຢູ່ໃນລະດັບຫຼາຍ.
  2. ການຈັດລຽງລໍາດັບຄວາມຕ້ອງການຈໍາເປັນ ໃນການຈັດການຮຽນຮູ້ STEM ສຶກສາຂອງຄູສອນຄະນະສຶກສາສາດ, ມະຫາວິທະ ຍາໄລໃນ ສປປ ລາວ ເຫັນວ່າດ້ານທີ່ມີຄວາມຕ້ອງການຈຳເປັນສູງສຸດແມ່ນ ດ້ານຫຼັກສູດ STEM ສຶກສາ, ຮອງລົງມາແມ່ນ ດ້ານເປົ້າໝາຍການສອນ STEM ສຶກສາ, ດ້ານຄວາມຮູ້ກ່ຽວກັບວິທີການສອນ, ດ້ານຄວາມເຂົ້າໃຈຕໍ່ນັກຮຽນ ແລະ ດ້ານທີມີຄວາມຕ້ອງການຈຳເປັນໜ້ອຍທີ່ສຸດແມ່ນ ດ້ານການປະເມີນຜົນການຮຽນຮູ້.
  3. ແນວທາງໃນການສົ່ງເສີມການຈັດການຮຽນ-ການສອນ STEM ສຶກສາຂອງຄູສອນຄະນະສຶກສາສາດ, ມະຫາວິທະຍາໄລໃນ ສປປ ລາວ ຄວນດຳເນີນໄປພ້ອມກັນທັງ 5 ດ້ານ ໂດຍເນັ້ນການຝຶກອົບຮົມຄູໃນທຸກດ້ານ, ປັບປຸງຫຼັກສູດໃຫ້ເນັ້ນການປະຕິບັດຕົວຈິງ, ສ້າງຄວາມເຂົ້າໃຈໃນການອອກແບບກິດຈະກຳທີ່ເຊື່ອມໂຍງທຸກສາຂາວິຊາ, ແລະ ພັດທະນາເຄື່ອງມືການປະເມີນຜົນທີ່ເໝາະສົມ.

ຄໍາສໍາຄັນ: STEM ສຶກສາ, ການສົ່ງເສີມ, ການຈັດການຮຽນ-ການສອນ, ຄູສອນຄະນະສຶກສາສາດ ມະຫາວິທະຍາ ໄລ ສປປ ລາວ

Downloads

Download data is not yet available.

Downloads

Published

2026-02-22 — Updated on 2026-02-22

Versions

How to Cite

Keoviengkhone, sonenasin, SOUKHAVONG, S. ., VETHANA, P., THIPTHILATH, B. ., & TAOCHANXAY, H. (2026). ການສົ່ງເສີມ STEM ສຶກສາ ເຂົ້າໃນການຈັດການຮຽນ-ການສອນ ສໍາລັບຄູຄະນະສຶກສາສາດ ມະຫາວິທະຍາໄລໃນ ສປປ ລາວ: PROMOTING STEM EDUCATION IN THE INSTRUCTION FOR TEACHERS AT FACULTY OF EDUCATION UNIVERSITY IN LAOS. ວາລະສານວິທະຍາສາດສັງຄົມ, 26(1), 28-38. https://doi.org/10.71026/ss.2026.01004

Most read articles by the same author(s)

Similar Articles

1-10 of 90

You may also start an advanced similarity search for this article.