ການຈັດການຮຽນ-ການສອນ ວິຊາຟີຊິກສາດ ເລື່ອງ ໄຟຟ້າກະແສກົງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທຳມະຊາດ ໂດຍນໍາໃຊ້ຊຸດກິດຈະກໍາ PDCA
Learning-teaching Physics Direct Current Electricity by using package PDCA for students year1, majoring in Physics, Department of Natural Science Education, FED, NUOL.
DOI:
https://doi.org/10.71026/ss.2023.02001Keywords:
ຊຸດກິດຈະກໍາ PDCA, ໄຟຟ້າກະແສກົງ, ຜົນສໍາເລັດທາງການຮຽນ, ເຈຕະຄະຕິAbstract
ບົດຄັດຫຍໍ້
ການຄົ້ນຄວ້າຄັ້ງນີ້ແມ່ນການສຶກສາໃນຮູບແບບທົດລອງກຸ່ມດຽວໂດຍມີການວັດຜົນກ່ອນ ແລະ ຫຼັງການທົດລອງ ເຊິ່ງມີຈຸດປະສົງ ຄື 1) ເພື່ອສຶກສາຜົນສໍາເລັດໃນການຮຽນວິຊາຟີຊິກສາດ ເລື່ອງໄຟຟ້າກະແສກົງ ຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທໍາມະຊາດ ໂດຍໃຊ້ຊຸດກິດຈະກໍາ PDCA. 2) ເພື່ອສຶກສາເຈຕະຄະຕິ ໃນການຮຽນວິຊາຟີຊິກສາດ ເລື່ອງໄຟຟ້າກະແສກົງ ຫຼັງຈາກໃຊ້ຊຸດກິດຈະກຳ PDCA ຂອງນັກສຶກສາປີ1 ສາຂາຄູຟີຊີກສາດ ພາກວິຊາຄູວິທະຍາ ສາດທໍາມະຊາດ. ກຸ່ມທົດລອງທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ແມ່ນນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທໍາມະຊາດ ຈໍານວນ 16 ຄົນ ໂດຍເລືອກເອົາແບບເຈາະຈົງ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີຊຸດກິດຈະກຳການຮຽນ-ການສອນທາງຟີຊິກສາດ ເລື່ອງໄຟຟ້າກະແສກົງ ຈຳນວນ 4 ບົດ, ແບບທົດສອບວັດຜົນສໍາເລັດ ແລະ ແບບສອບຖາມເຈຕະຄະຕິທາງຟີຊິກສາດ. ສະຖິຕິທີ່ໃຊ້ເຂົ້າໃນການວິເຄາະຂໍ້ມູນແມ່ນນຳໃຊ້ສູດໃນການຊອກຫາຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ສ່ວນຮ້ອຍ ແລະ ການທົດສອບຄ່າ t-test.
ຜົນການຄົ້ນຄວ້າພົບວ່າ ຜົນການສຶກສາຜົນສຳເລັດທາງການຮຽນຟີຊິກສາດ ເລື່ອງໄຟຟ້າກະແສກົງ ຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ທີ່ສອນໂດຍໃຊ້ຊຸດກິດຈະກໍາ PDCA ຫຼັງການຮຽນສູງກວ່າກ່ອນຮຽນ ລະດັບຄວາມສຳຄັນທາງສະຖິຕິທີ່ລະດັບ 0.05. ແລະ ຜົນການສຶກສາເຈຕະຄະຕິທາງຟີຊິກສາດຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດ ທໍາມະຊາດຫຼັງຈາກການນໍາໃຊ້ຊຸດກິດຈະກໍາ PDCA ເຫັນວ່າມີເຈຕະຄະຕິທາງຟີຊິກສາດໃນລະດັບຫຼາຍ.
ຄໍາສັບສໍາຄັນ: ຊຸດກິດຈະກໍາ PDCA, ໄຟຟ້າກະແສກົງ, ຜົນສໍາເລັດທາງການຮຽນ, ເຈຕະຄະຕິ