ການຈັດການຮຽນ-ການສອນ ວິຊາຟີຊິກສາດ ເລື່ອງ ໄຟຟ້າກະແສກົງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທຳມະຊາດ ໂດຍນໍາໃຊ້ຊຸດກິດຈະກໍາ PDCA

Learning-teaching Physics Direct Current Electricity by using package PDCA for students year1, majoring in Physics, Department of Natural Science Education, FED, NUOL.

Authors

  • S PHOMMATHAT Faculty of Education, National University of Laos Author
  • S PHOMSAVANH Faculty of Education, National University of Laos Author
  • P PHOUTHAHUKSA Faculty of Education, National University of Laos Author
  • H TAOCHANXAY Faculty of Education, National University of Laos Author
  • S HOUNTHACHACK Faculty of Education, National University of Laos Author

DOI:

https://doi.org/10.71026/ss.2023.01001

Keywords:

ຊຸດກິດຈະກໍາ PDCA, ໄຟຟ້າກະແສກົງ, ຜົນສໍາເລັດທາງການຮຽນ, ເຈຕະຄະຕິ

Abstract

ການຄົ້ນຄວ້າຄັ້ງນີ້ແມ່ນການສຶກສາໃນຮູບແບບທົດລອງກຸ່ມດຽວໂດຍມີການວັດຜົນກ່ອນ ແລະ ຫຼັງການທົດລອງ ເຊິ່ງມີຈຸດປະສົງ ຄື 1) ເພື່ອສຶກສາຜົນສໍາເລັດໃນການຮຽນວິຊາຟີຊິກສາດ ເລື່ອງໄຟຟ້າກະແສກົງ ຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທໍາມະຊາດ  ໂດຍໃຊ້ຊຸດກິດຈະກໍາ PDCA. 2) ເພື່ອສຶກສາເຈຕະຄະຕິ ໃນການຮຽນວິຊາຟີຊິກສາດ ເລື່ອງໄຟຟ້າກະແສກົງ ຫຼັງຈາກໃຊ້ຊຸດກິດຈະກຳ PDCA ຂອງນັກສຶກສາປີ1 ສາຂາຄູຟີຊີກສາດ ພາກວິຊາຄູວິທະຍາ ສາດທໍາມະຊາດ. ກຸ່ມທົດລອງທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ແມ່ນນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທໍາມະຊາດ ຈໍານວນ 16 ຄົນ ໂດຍເລືອກເອົາແບບເຈາະຈົງ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີຊຸດກິດຈະກຳການຮຽນ-ການສອນທາງຟີຊິກສາດ ເລື່ອງໄຟຟ້າກະແສກົງ ຈຳນວນ 4 ບົດ, ແບບທົດສອບວັດຜົນສໍາເລັດ ແລະ ແບບສອບຖາມເຈຕະຄະຕິທາງຟີຊິກສາດ. ສະຖິຕິທີ່ໃຊ້ເຂົ້າໃນການວິເຄາະຂໍ້ມູນແມ່ນນຳໃຊ້ສູດໃນການຊອກຫາຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ສ່ວນຮ້ອຍ ແລະ ການທົດສອບຄ່າ t-test.
ຜົນການຄົ້ນຄວ້າພົບວ່າ ຜົນການສຶກສາຜົນສຳເລັດທາງການຮຽນຟີຊິກສາດ ເລື່ອງໄຟຟ້າກະແສກົງ ຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ທີ່ສອນໂດຍໃຊ້ຊຸດກິດຈະກໍາ PDCA ຫຼັງການຮຽນສູງກວ່າກ່ອນຮຽນ ລະດັບຄວາມສຳຄັນທາງສະຖິຕິທີ່ລະດັບ 0.05. ແລະ ຜົນການສຶກສາເຈຕະຄະຕິທາງຟີຊິກສາດຂອງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດ ທໍາມະຊາດຫຼັງຈາກການນໍາໃຊ້ຊຸດກິດຈະກໍາ PDCA ເຫັນວ່າມີເຈຕະຄະຕິທາງຟີຊິກສາດໃນລະດັບຫຼາຍ. 

Downloads

Download data is not yet available.

Downloads

Published

2023-06-16

How to Cite

PHOMMATHAT, S., PHOMSAVANH, S., PHOUTHAHUKSA, P., TAOCHANXAY, H., & HOUNTHACHACK, S. (2023). ການຈັດການຮຽນ-ການສອນ ວິຊາຟີຊິກສາດ ເລື່ອງ ໄຟຟ້າກະແສກົງນັກສຶກສາປີ1 ສາຂາຄູຟີຊິກສາດ ພາກວິຊາຄູວິທະຍາສາດທຳມະຊາດ ໂດຍນໍາໃຊ້ຊຸດກິດຈະກໍາ PDCA: Learning-teaching Physics Direct Current Electricity by using package PDCA for students year1, majoring in Physics, Department of Natural Science Education, FED, NUOL. ວາລະສານວິທະຍາສາດສັງຄົມ, 23(1), 1-7. https://doi.org/10.71026/ss.2023.01001

Similar Articles

11-20 of 107

You may also start an advanced similarity search for this article.