ສຶກສາຊ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດກະສິກໍາກໍລະນີສຶກສາ: ໝາກກ້ຽງ ເມືອງວັງວຽງ ແຂວງວຽງຈັນ

Study on Marketing channels for Value added of Agriculture Products: Case Study Oranges Vangvieng District, Vientiane Province

Authors

  • T Sirivanh Faculty of Economics and Business Management, National University of Laos Author
  • P Miphenglavan Faculty of Economics and Business Management, National University of Laos Author
  • N Vongsanga Faculty of Economics and Business Management, National University of Laos Author
  • K Chantharangma Faculty of Economics and Business Management, National University of Laos Author
  • V Sayavong Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2023.01002

Keywords:

ຊ່ອງທາງ, ການຕະຫລາດ, ຜົນຜະລິດກະສິກໍາ, ໝາກກ້ຽງ ແລະ ເມືອງວັງວຽງ 

Abstract

ສຶກສາຊ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດກະສິກໍາກໍລະນີສຶກສາ: ໝາກກ້ຽງ ເມືອງວັງວຽງ ແຂວງວຽງຈັນ, ໂດຍມີຈຸດປະສົງເພື່ອປະເມີນສະພາບທົ່ວໄປກ່ຽວກັບການປູກໝາກກ້ຽງ ແລະ ຊ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໃຫ້ແກ່ ໝາກກ້ຽງວັງວຽງ, ແຂວງວຽງຈັນ ແລະ ວິເຄາະລະດັບຄວາມຄິດເຫັນຂອງຜູ້ບໍລິໂພກກ່ຽວກັບຊ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໝາກກ້ຽງວັງວຽງ, ແຂວງວຽງຈັນ. ໃນການສຶກສາຄັ້ງນີ້ເປັນເປັນການສຶກສາແບບປະລິມານທີ່ໃຊ້ແບບສອບຖາມເປັນເຄື່ອງມືໃນການຄົ້ນຄວ້າ ໄດ້ກຸ່ມຕົວຢ່າງຈໍານວນ 207 ກຸ່ມຕົວຢ່າງ ແລະ ແບບສໍາພາດເຈາະລຶກນັກວິຊາການດ້ານການປູກໝາກກ້ຽງ, ຊາວສວນໝາກກ້ຽງທີ່ເປັນຄອບຄົວຕົວແບບ ແລະ ແມ່ຄ້າຂາຍໝາກກ້ຽງ ຈໍານວນ ໄດ້ຈໍານວນ 10 ກຸ່ມຕົວຢ່າງ. ສະຖິຕິທີ່ໃຊ້ເປັນສະຖິຕິພັນລະນາ. ຜົນການສຶກສາພົບວ່າ ຜູ້ຕອບແບບສອບຖາມສ່ວນຫລາຍເປັນເພດຍິງຄິດເປັນ 61%, ມີອາຍຸລະຫວ່າງ 20-40 ປີຄິດເປັນ 65.7%, ລະດັບການສຶກສາຕໍ່າກວ່າປະລິນຍາຕີ ຄິດເປັນ 56% ລາຍໄດ້ລະຫວ່າງ 2.000.001 5.000.000ຄິດເປັນ 57.48%. ສະພາບການປູກໝາກກ້ຽງເມືອງວັງວຽງຖືວ່າເປັນທ່າແຮງດ້ານການພັດທະນາເສດຖະກິດສັງຄົມຂອງແຂວງວຽງຈັນ, ເປັນຕົ້ນແມ່ນການສ້າງມູນຄ່າເພີ່ມໃນການຈໍາໜ່າຍໝາກກ້ຽງ, ການສ້າງແຫລ່ງທ່ອງທ່ຽວເຊີງກະເສດຊຸມຊົນ, ສູນການຮຽນຮູ້ດ້ານກະສິກໍາ, ການຮ່ວມມືທັງພາກລັດແລະຜູ້ປະກອບການໃນການສົ່ງເສີມຜະລິດຕະພັນຈາກໝາກກ້ຽງ, ການແປຮູບໝາກກ້ຽງເພື່ອເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ການຈັດຕະຫລາດນັດໝາກກ້ຽງ, ສ່ວນດ້ານຊາວສວນຈາກການສໍາພາດພົບວ່າບັນຫາທີ່ພົບແມ່ນຂາດຄວາມຮູ້ດ້ານການຕະຫລາດເຮັດໃຫ້ຊ່ອງທາງການຈໍາໜ່າຍຈໍາເປັນຕ້ອງອາໄສພໍ່ຄ້າຄົນກາງ, ຂາດຄວາມຮູ້ດ້ານການປູກຝັງແລະການບົວລະບັດຮັກສາ ແລະ ຕົ້ນທຶນການຜະລິດສູງຫລາຍ ຜະລິດຕະພັນສ່ວນຫລາຍນໍາເຂົ້າມາຈາກຕ່າງປະເທດ. ສໍາລັບຄວາມຄິດເຫັນຂອງຜູ້ບໍລິໂພກກ່ຽວກັບຂ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໝາກກ້ຽງເມືອງວັງວຽງໄດ້ແກ່ ການສ້າງມູນຄ່າເພີ່ມດ້ວຍການພັດທະນາຄຸນນະພາບໝາກກ້ຽງໃຫ້ໄດ້ມາດຕະຖານກະສິກຳສະອາດ, ຮອງລົງມາແມ່ນສ້າງມູນຄ່າເພີ່ມດ້ວຍການພັດທະນາສວນໝາກກ້ຽງເພື່ອເປັນແຫຼ່ງທ່ອງທ່ຽວ ແລະ ສູນການຮຽນຮູ້, ສ້າງມູນຄ່າເພີ່ມດ້ວຍການແປຮູບເປັນຜະລິດຕະພັນນ້ຳ  ໝາກກ້ຽງສົດເພື່ອອອກຈຳໜ່າຍ,ສ້າງເຄືອຂ່າຍສັງຄົມອອນລາຍ ເພື່ອເພີ່ມຊ່ອງທາງໃນການຂາຍໝາກກ້ຽງໂດຍຜ່ານຊ່ອງທາງ Facebook, Line, WhatsApp, ສ້າງມູນຄ່າເພີ່ມດ້ວຍການສ້າງກາຍີ່ຫໍ້ (Brand) ທີ່ເປັນສະຕິກເກີ ໂລໂກຕິດໃສ່ໜ່ວຍໝາກກ້ຽງ,ຈັດຕະຫຼາດນັດໜາກກ້ຽງວັງວຽງ ເພື່ອໂຄສະນາ ແລະ ສົ່ງເສີມໝາກກ້ຽງວັງວຽງ, ສ້າງມູນຄ່າເພີ່ມດ້ວຍການຈັດປະເພດ ຄັດແຍກເກຣດຂອງຂະໜາດໝາກກ້ຽງອອກເປັນຫຼາຍຂະໜາດດ້ວຍກັນເຊັ່ນ (A, B, C, D) ແລະຈັດຈຳໜ່າຍໝາກກ້ຽງຕາມສູນການຄ້າ ແລະ ຮ້ານສະດວກຊື້ຕ່າງໆ ທັງພາຍໃນແຂວງ ແລະ ຕ່າງແຂວງຕາມລໍາດັບ.

 

 

Downloads

Download data is not yet available.

Downloads

Published

2023-06-20

How to Cite

Sirivanh, T., Miphenglavan, P., Vongsanga, N., Chantharangma, K. ., & Sayavong, V. (2023). ສຶກສາຊ່ອງທາງການຕະຫລາດເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດກະສິກໍາກໍລະນີສຶກສາ: ໝາກກ້ຽງ ເມືອງວັງວຽງ ແຂວງວຽງຈັນ: Study on Marketing channels for Value added of Agriculture Products: Case Study Oranges Vangvieng District, Vientiane Province. ວາລະສານວິທະຍາສາດສັງຄົມ, 23(1), 8-16. https://doi.org/10.71026/ss.2023.01002

Similar Articles

101-107 of 107

You may also start an advanced similarity search for this article.