ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ

Female student’ Drop-outs of Lower Secondary School in Laongam DistrictSalavanh Province

Authors

  • Keomany MAKVILAY Faculty of Education, National University of Laos Author
  • Lena PHONEMAJEDY Faculty of Education, National University of Laos Author
  • Khampheng BOUDMYXAY Faculty of Education, National University of Laos Author
  • Phoutsakhone CHANNGAKHAM Faculty of Education, National University of Laos Author
  • Vilayvanh CHOUNDALA Faculty of Education, National University of Laos Author

DOI:

https://doi.org/10.71026/ss.2024.01013

Keywords:

ປັດໄຈ, ການປະລະການຮຽນ, ນັກຮຽນເພດຍິງ, ການແກ້ບັນຫາການປະລະການຮຽນ 

Abstract

ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ;  2) ເພື່ອສຶກສາຂໍ້ສະເໝີແນະໃນການແກ້ໄຂການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ. ກຸ່ມຕົວຢ່າງແມ່ນຄູສອນ 51 ຄົນ ແລະ ນັກຮຽນເພດຍິງ 334 ຄົນ ໃນຂັ້ນມັດທະຍົມຕົ້ນໃນເມືອງເລົ່າງາມ ແຂວງ ສາລະວັນ ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນ ເປັນແບບສອບຖາມ ແບບມາດຕາສ່ວນປະມານຄ່າ 5 ລະດັບ ໃນ 4 ດ້ານຄື: 1) ປັດໄຈສ່ວນຕົວຂອງນັກຮຽນ; 2) ປັດໄຈດ້ານສະພາບແວດລ້ອມໃນໂຮງຮຽນ; 3) ປັດໄຈດ້ານສະພາບຄອບຄົວ ແລະ 4) ປັດໄຈດ້ານວັດທະນະທຳ-ສັງຄົມ. ການວິເຄາະຂໍ້ມູນ ໂດຍໃຊ້ໂປຼແກຼມຄອມພິວເຕີສຳເລັດຮູບ ຫາຄ່າຄວາມຖີ່ ແລະ ສ່ວນຮ້ອຍ, ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (S.D) ແລະ ວິເຄາະຂໍ້ມູນແບບປາຍເປີດແບບລຽງຄວາມກ່ຽວກັບ  ປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ. ຜົນການຄົ້ນຄວ້າພົບວ່າ: ປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ ຕາມຄວາມຄິດເຫັນຂອງຄູສອນໂດຍລວມ ແລະ ແຕ່ລະດ້ານຢູ່ໃນລະດັບໜ້ອຍ ຍົກເວັ້ນດ້ານປັດໄຈດ້ານວັດທະນະທຳ-ສັງຄົມ ແມ່ນຢູ່ໃນລະດັບໜ້ອຍທີ່ສຸດ ສ່ວນປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ ຕາມຄວາມຄິດເຫັນຂອງນັກຮຽນພົບວ່າ ໂດຍລວມ ແລະ ທຸກດ້ານຢູ່ໃນລະດັບໜ້ອຍ ຍົກເວັ້ນດ້ານ ປັດໄຈດ້ານສະພາບຄອບຄົວ ແມ່ນຢູ່ໃນລະດັບປານກາງ.

Downloads

Download data is not yet available.

Author Biography

  • Keomany MAKVILAY, Faculty of Education, National University of Laos

    VOL24

     

Downloads

Published

2024-06-28

How to Cite

MAKVILAY, K. ., PHONEMAJEDY, L. ., BOUDMYXAY, K. ., CHANNGAKHAM, P. ., & CHOUNDALA, V. . (2024). ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ: Female student’ Drop-outs of Lower Secondary School in Laongam DistrictSalavanh Province. ວາລະສານວິທະຍາສາດສັງຄົມ, 24(1), 124-130. https://doi.org/10.71026/ss.2024.01013

Similar Articles

101-107 of 107

You may also start an advanced similarity search for this article.