ສຶກສາຕົ້ນທຶນ ແລະ ຜົນໄດ້ຮັບຂອງການລົງທຶນໃນການປູກຜັກກາດປອດສານພິດ ເພື່ອເປັນສິນຄ້າຂອງຊາວເມືອງແປກ ແຂວງຊຽງຂວາງ
The capital and profit in planting the organic lettuce as a commodity in Paek District, Xiangkhuang Province
DOI:
https://doi.org/10.71026/ss.2024.02010Keywords:
ຕົ້ນທຶນ, ຜົນໄດ້ຮັບ, ການລົງທຶນ, ການປູກຜັກກາດປອດສານພິດ ແລະ ແຂວງຊຽງຂວາງAbstract
ບົດຄົ້ນຄວ້ານີ້ ມີຈຸດປະສົງ ສຶກສາຕົ້ນທຶນ ແລະ ຜົນໄດ້ຮັບຂອງການລົງທຶນໃນການປູກຜັກກາດປອດສານພິດ ເພື່ອເປັນສິນຄ້າຂອງຊາວເມືອງແປກ ແຂວງຊຽງຂວາງ ໂດຍຈຸດປະສົງ ແມ່ນສຶກສາຕົ້ນທຶນ ແລະ ຜົນໄດ້ຮັບຂອງການປູກຜັກກາດປອດສານພິດ ເປັນສິນຄ້າຂອງຊາວເມືອງແປກ. ກຸ່ມປະຊາກອນໃນການລວບລວມຂໍ້ມູນໃນຄັ້ງນີ້ມີຈຳນວນ 33 ຄອບຄົວ ໂດຍໃຊ້ວິທີການສຶກສາແບບປະລິມານ, ພັນລະນາ ແລະ ເກັບຂໍ້ມູນໂດຍໃຊ້ແບບສອບຖາມມາຄິດໄລ່ ຕົ້ນທືນ, ຜົນໄດ້ຮັບ ແລະ ສ້າງຕາຕະລາງຕົ້ນທຶນ, ຜົນໄດ້ຮັບ ມາອະທິບາຍເປັນບົດ.
ຜົນການຄົ້ນຄົ້ວພົບວ່າ ກຸ່ມປະກອນສ່ວນຫລາຍແມ່ນເພດ ຍິງ, ການປູກຜັກກາດສ່ວນຫລາຍອາຍຸລະຫວ່າງ 30 – 40 ປີ, ລະດັບການສຶກສາສ່ວນຫລາຍແມ່ນ ມັດທະຍົມຕອນຕົ້ນ , ແຮງງານຫລັກໃນການປູກຜັກກາດສ່ວນ 2 ຄົນ, ໄລຍະເວລາໃນການປູກຜັກແມ່ນ ຫລາຍກວ່າ 6 ປີ, ກຸ່ມປະຊາກອນສ່ວນຫລາຍບໍ່ມີອາຊີບອື່ນມາສໍາຮອງ, ສ່ວນເນື້ອທີ່ໃນການປູກຜັກສ່ວນຫລາຍແມ່ນດີນຕົນເອງ ແລະ ແຫລ່ງທຶນທີ່ໃຊ້ກະແມ່ນເງິນທຶນຕົນເອງ. ສ່ວນຕົ້ນທຶນຂອງການປູກຜັກກາດປອດສານພິດ ແມ່ນຈະໃຊ້ ໄລຍະເວລາ 3 ປີ ເຊັ່ນ: ປີ 2017 ວັດຖຸດີບທີ່ໃຊ້ 811.000 ກີບ (ມີແນວຜັກ ແລະ ຝຸ່ນຄອກ) ແຮງງານ 5.037.500 ກີບ (ມີການພັດທະນາດີນ, ກຽມແນວພັນປູກຜັກ, ການໃສ່ຝຸ່ນຄອກ, ການຫົດນໍ້າ, ການປົວລະບັດຮັກສາ ແລະ ເກັບຜົນຜະລິດ) ຄ່າໃຊ້ຈ່າຍໃນສ່ວນການປູກຜັກ ແມ່ນ 256.750 ກີບ ລວມຕົ້ນທຶນໃນປູກຕໍ່ໄລ່ 5.848.500 ກີບ ແລະ ຜົນໄດ້ຮັບໃນການຂາຍຜັກກາດນີ້ ແມ່ນ 9.755.557 ກີບຕໍ່ໄລ່, ປີ 2018 ວັດຖຸດີບທີ່ໃຊ້ 838.000 ກີບ( ມີແນວຜັກ ແລະ ຝຸ່ນຄອກ) ແຮງງານ 5.243.000 ກີບ (ມີການພັດທະນາດີນ, ກຽມແນວພັນປູກຜັກ, ການໃສ່ຝຸ່ນຄອກ, ການຫົດນໍ້າ, ການປົວລະບັດຮັກສາ ແລະ ເກັບຜົນຜະລິດ) ຄ່າໃຊ້ຈ່າຍໃນສ່ວນການປູກຜັກ ແມ່ນ 256.750 ກີບ ລວມຕົ້ນທຶນໃນປູກຕໍ່ໄລ່ 6.081.000 ກີບ ແລະ ຜົນໄດ້ຮັບໃນການຂາຍຜັກກາດນີ້ ແມ່ນ 12.700.000 ກີບຕໍ່ໄລ່, ປີ 2019 ວັດຖຸດີບທີ່ໃຊ້ 876.000 ກີບ( ມີແນວຜັກ ແລະ ຝຸ່ນຄອກ) ແຮງງານ 5.281.000 ກີບ (ມີການພັດທະນາດີນ, ກຽມແນວພັນປູກຜັກ, ການໃສ່ຝຸ່ນຄອກ, ການຫົດ ນໍ້າ, ການປົວລະບັດຮັກສາ ແລະ ເກັບຜົນຜະລິດ) ຄ່າໃຊ້ຈ່າຍໃນສ່ວນການປູກຜັກ ແມ່ນ 256.750 ກີບ ລວມຕົ້ນທຶນໃນປູກຕໍ່ໄລ່ 6.157.000 ກີບ ແລະ ຜົນໄດ້ຮັບໃນການຂາຍຜັກກາດນີ້ ແມ່ນ 13.700.000 ກີບຕໍ່ໄລ່.



