ພູມປັນຍາທ້ອງຖິ່ນໃນການຜະລິດຜ້າໄໝມ້ອນເພື່ອເປັນສິນຄ້າບ້ານຊ່າງຄ້ອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ
Local Widom in the production of mulberry Silk for commerce in Xangkong Village, Laung Prabang City Laung Prabang Province
DOI:
https://doi.org/10.71026/ss.2024.02012Keywords:
ພູມປັນຍາ, ຜ້າໄໝມ້ອນ, ການສົ່ງເສີມAbstract
ການຄົ້ນຄວ້າເລື່ອງ: ພູມປັນຍາທ້ອງຖິ່ນໃນການຜະລິດຜ້າໄໝມ້ອນເພື່ອເປັນສິນຄ້າ ບ້ານຊ່າງຄ້ອງ ນະ ຄອນຫຼວງພະບາງ ແຂວງຫຼວງພະບາງ ປະກອບມີ 3 ຈຸດປະສົງຄື: 1) ສຶກສາສະພາບການຜະລິດຜ້າໄໝມ້ອນເພື່ອເປັນສິນຄ້າ. 2) ສຶກສາການສົ່ງເສີມພູມປັນຍາທ້ອງຖິ່ນໃນການຜະລິດຜ້າໄໝມ້ອນເພື່ອເປັນສິນຄ້າ. 3) ສຶກສາການຊອກຫາຕະຫຼາດເພື່ອຈໍາໜ່າຍຜະລິດຕະພັນຜ້າໄໝ້ມ້ອນ ໃຊ້ວິທີການຄົ້ນຄວ້າແບບຄຸນນະພາບ, ເຄື່ອງມືເກັບກໍາຂໍ້ມູນແບບສໍາພາດ ແລະ ສັງເກດ ໂດຍສໍາພາດກຸ່ມຕົວຢ່າງ 14 ທ່ານ ແລະ ການວິເຄາະຂໍ້ມູນແບບພັນລະນາຜົນການຄົ້ນຄວ້າພົບວ່າ:
ສະພາບການຜະລິດຜ້າໄໝມ້ອນເພື່ອເປັນສິນຄ້າບ້ານຊ່າງຄ້ອງ ແມ່ນມີມູນເຊື້ອດຸໝັ່ນຂະຫຍັນພຽນໂດຍເອົາອາຊີບການຕໍ່າຫູກເປັນອາຊີບຫຼັກ ແລະ ເປັນອາຊີບສໍາຮອງ. ຕົ້ນທຶນການຜະລິດແມ່ນເປັນຕົ້ນທຶນຂອງຕົນເອງ ແລະ ວາງຂາຍຈໍາໜ່າຍທີ່ຮ້ານຕົນເອງ. ວັດຖຸດິບ ແລະ ອຸປະກອນທີ່ນໍາມາໃຊ້ເຂົ້າໃນການຕ່ຳຜ້າໄໝມ້ອນແມ່ນຜະລິດເອົາເອງ ແລະ ຊື້ຕາມທ້ອງຕະຫຼາດ. ປະເພດຜະລິດຕະພັນຜ້າໄໝມ້ອນ ແມ່ນເສື້ອໄໝປັກດິ້ງຄໍ, ປັກດິ້ງແຂນ, ທີ່ມີລວດລາຍໝາກໄມ້, ມັດມີ່, ສາຍຝົນ, ລາຍກຸນແຈ, ລາຍດອກໄມ້, ລາຍຕີນໝານ້ອຍ, ລາຍຮູບສັດຊະນິດຕ່າງໆ ແລະ ລາຍຮູບນາກນ້ອຍ ທີ່ມີຕິນແຫຼະ ແລະ ຫົວກອຍ. ການອອກແບບຜະລິດຕະພັນຜ້າໄໝມ້ອນ ແມ່ນອອກແບບຕາມລູກຄ້າຕ້ອງການ ແລະ ອອກແບບຕາມທ້ອງຕະຫຼາດ. ພູມປັນຍາທີ່ເປັນເອກະລັກສະເພາະບ້ານຊ່າງຄ້ອງ ແມ່ນສິ້ນໄໝມັດມີ່, ສິ້ນໄໝສາຍຝົນ, ສິ້ນໄໝດອກ ຫຍ້າ, ສິ້ນໄໝໝາກໄມ້, ສິ້ນໄໝຈົກ, ສິ້ນໄໝນໍ້າໄຫຼ, ສິ້ນໄໝປັກດິ້ງ, ເສື້ອໄໝປັກດິ້ງຄໍ ແລະ ປັກດິ້ງແຂນ.
ການສົ່ງເສີມພູມປັນຍາທ້ອງຖິ່ນໃນການຜະລິດຜ້າໄໝມ້ອນ ດ້ານການຈັດຕັ້ງນໍາພາແມ່ນທຸກພາກສ່ວນໄດ້ປະຕິບັດໄປຕາມແຜນນະໂຍບາຍຂອງພັກ ແລະ ລັດຖະບານ. ການສືບທອດພູມປັນຍາທ້ອງຖິ່ນ ແມ່ນໄດ້ຮຽນຮູ້ 3 ແບບຄື: ການສັງເກດ, ການທົດລອງ ແລະ ການປູກຈິດສໍານຶກ ໂດຍສືບທອດຈາກພູມປັນຍາຈາກແມ່ຕູ້, ແມ່ຍ່າ, ສູ່ລູກ ແລະ ຫຼານ ຕາມລໍາດັບ. ການຕອບສະໜອງທຶນ ແມ່ນນໍາໃຊ້ຕົ້ນທຶນການຜະລິດແບບຄອບຄົວ. ການຍົກລະດັບສີມືແຮງງານຍັງຈໍາກັດຫຼາຍດ້ານເປັນຕົ້ນແມ່ນບໍ່ມີຄວາມຫຼາກຫຼາຍລວດລາຍ ເຄີຍເຮັດອັນໃດກໍເຮັດແຕ່ອັນນັ້ນ. ການຊອກຫາຕະຫຼາດເພື່ອຮອງຮັບຜະລິດຕະພັນຜ້າໄໝມ້ອນໃນໄລຍະຜ່ານມາແມ່ນບໍ່ທັນມີຊັດເຈນ.
ການຊອກຫາຕະຫຼາດເພື່ອຈໍາໜ່າຍຜະລິດຕະພັນຜ້າໄໝມ້ອນ ດ້ານສະຖານທີ່ຈໍາໜ່າຍສິນຄ້າຜະລິດຕະພັນຜ້າໄໝມ້ອນ ແມ່ນຂາຍຕາມສະຖານທີ່ທ້ອງຕະຫຼາດ ນະຄອນຫຼວງພະບາງ, ວາງຈໍາໜ່າຍສະຖານທີ່ຕະຫຼາດກາງຄືນ ແລະ ສົ່ງເຄື່ອງໃຫ້ກັບແມ່ຄ້າຄົນກາງ. ຮູບແບບການຈຳໜ່າຍຜະລິດຕະພັນ ແມ່ນໄດ້ຈຳໜ່າຍແບບຂາຍຍົກ ແລະ ເປັນການສັ່ງຈອງຈາກລູກຄ້າ. ການໂຄສະນາຜະລິດຕະພັນ ແມ່ນການໂຄສະນາຜະລິດຕະພັນທາງການທ່ອງທ່ຽວແບບຊຸມຊົນມີສ່ວນຮ່ວມແຕ່ບໍ່ທັນມີການໂຄສະນາຜະລິດຕະພັນຜ້າໄໝມ້ອນຢູ່ບ້ານຊ່າງຄ້ອງເປັນປະຈໍາເທື່ອ.



