ການນໍາໃຊ້ນິຕິກໍາພາຍໃນ ມະຫາວິທະຍາໄລແຫ່ງຊາດ

The Application of internal regulations at the National University of Laos

Authors

  • Bouadam Sengkhamkhoutlavong National University of Laos Author
  • Khamfeung Lorvanxay National University of Laos Author
  • Thavong Vongsolaseune National University of Laos Author
  • Xaykham Vannaxay National University of Laos Author
  • Douangsone Pheumheungxay National University of Laos Author

DOI:

https://doi.org/10.71026/ss.2025.01005

Keywords:

ນິຕິກໍາ, ການຈັດຕັ້ງປະຕິບັດນິຕິກໍາ, ມະຫາວິທະຍາ ໄລແຫ່ງຊາດ

Abstract

ການສຶກສາຄັ້ງນີ້ມີຈຸດປະສົງເພື່ອການປະເມີນຄືນສະພາບການ ຈັດຕັ້ງປະຕິບັດນິຕິກໍາພາຍໃນ ມະຫາວິທະຍາໄລແຫ່ງຊາດ ຈຸດປະສົງແມ່ນສຶກສາສະພາບຂອງການນໍາໃຊ້ນິຕິກໍາໃນໄລຍະ ຜ່ານ, ບັນຫາ ແລະ ຊ່ອງວ່າງໃນການຈັດຕັ້ງປະຕິບັດນິຕິກໍາ, ການກໍານົດແນວທາງໃນການປັບປຸງ ແລະ ພັດທະນານິຕິກໍາໃໝ່ ໃນອານາຄົດ ຂອງມະຫາວິທະຍາໄລແຫ່ງຊາດ, ວິທີການສຶກສາແບບປະລິມານ ແລະ ຄຸນນະພາບໄປພ້ອມໆ ກັນ. ເປົ້າໝາຍຜູ້ທີ່ໃຫ້ຂໍ້ມູນມີບັນດາທ່ານ ຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ແລະ ພະນັກງານວິຊາການ ທົ່ວ ມຊ ຈໍານວນ 102 ທ່ານ ແລະ ວິເຄາະຂໍ້ມູນ ດ້ວຍການນໍາໃຊ້ ໂປຣແກຣມ SPSS ຫາຄ່າສະເລ່ຍ ແລະ ຄວາມຖີ່. 
ຜົນການສຶກສາພົບວ່າ ສະພາບການຈັດຕັ້ງປະຕິບັດ ແລະ ຜົນບັງຄັບໃຊ້ຂອງບັນດານິຕິກໍາຕ່າງໆ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ອະນຸມັດນໍາໃຊ້ຜ່ານມາແມ່ນເຫັນວ່າຍັງມີຂໍ້ກັດໃນດ້ານຫຼັກການ ແລະ ຮູບແບບການປະຕິບັດບໍ່ທັນທົ່ວເຖິງ, ຊັດເຈນ ແລະ ຈະແຈ້ງ, ບາງວຽກຊໍໍ້າຊ້ອນກັນ, ບາງວຽກບໍ່ມີຜູ້ຮັບຜິດຊອບ, ບາງນິຕິກໍາປະຕິບັດບໍ່ທັນໄດ້ເທົ່າທີ່ຄວນ ແລະ ບາງວຽກກໍ່ບໍ່ທັນມີກົນໄກການປະສານສົມທົບເຊິື່ງກັນ ແລະ ກັນຢ່າງກົມກ່ຽວ ເຮັດໃຫ້ການ ເຄືື່ອນໄຫວວຽກງານ ບໍ່ທັນມີປະສິດທິພາບ, ປະສິດທິຜົນສູງເທົ່າທີ່ຄວນ. ການສ້າງນິຕິກໍາບໍ່ເປັນໄປຕາມຮູບແບບຂອງນິຕິກໍາ, ການເຜີຍແຜ່ນິຕິກໍາຍັງບໍ່ທັນໄດ້ດີ, ການຮັບຮູ້ ແລະ ຄວາມເຂົ້າໃຈ ຂອງພະນັກງານ-ລັດຖະກອນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ. ໃນໄລຍະທີ່ຜ່ານມາ, ນິຕິກໍາທີ່ຮັບການອະນຸມັດ ແມ່ນບໍ່ໄດ້ຜ່ານປະຕູດຽວ ແລະ ບາງນິຕິກໍາບໍ່ໄດ້ຜ່ານສະພາບໍລິຫານ ຂັ້ນ ມຊ ເພືີ່ອຮັບຮອງ ຕາມໜ້າທີ່ ແລະ ຂອບເຂດສິດຂອງສະພາບໍລິຫານ. ນອກຈາກນີ້, ການສ້າງ, ປັບປຸງ ແລະ ພັດທະນານິຕິກໍາຮຽກຮ້ອງໃຫ້ມີການຕິດຕາມ, ກວດກາ ແລະ ປະເມີນຜົນ, ຕີລາຄາ ຈຸດດີ, ຈຸດອ່ອນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ, ນິຕິກໍາເກົ່າທີ່ມີຢູ່ແລ້ວຈະຕ້ອງໄດ້ຮັບການປັບປຸງຄືນໃຫ້ດີຂຶ້ນກວ່າເກົ່າເພື່ອໃຫ້ແທດເໝາະກັບສະພາບການປັດຈຸບັນ.

Downloads

Download data is not yet available.

Downloads

Published

2025-06-20

How to Cite

Sengkhamkhoutlavong, B. ., Lorvanxay, K. ., Vongsolaseune, T. ., Vannaxay , X. ., & Pheumheungxay, D. . (2025). ການນໍາໃຊ້ນິຕິກໍາພາຍໃນ ມະຫາວິທະຍາໄລແຫ່ງຊາດ: The Application of internal regulations at the National University of Laos. ວາລະສານວິທະຍາສາດສັງຄົມ, 25(1), 39-43. https://doi.org/10.71026/ss.2025.01005

Similar Articles

11-20 of 107

You may also start an advanced similarity search for this article.