ວິເຄາະຕົ້ນທຶນ ແລະ ຜົນຕອບແທນຂອງກຸ່ມປູກພືດຜັກອິນຊີ ບ້ານນາຊ່າວ ນະຄອນຫຼວງພະບາງ ແຂວງຫຼວງພະບາງ
Study of Cost and Return of Organic VegetableCultivation people in Nasoa Village LouangPraBang City LouangPraBang Province
DOI:
https://doi.org/10.71026/ss.2024.01004Keywords:
ຕົ້ນທຶນ, ຜົນຕອບແທນ, ກຸ່ມປູກພືດຜັກອິນຊີ ແລະ ບ້ານນາຊ່າວAbstract
ການສຶກສາມີຈຸດປະສົງສຶກສາຄ່າໃຊ້ຈ່າຍຂອງການປູກພືດຜັກອິນຊີຂອງບ້ານນາຊ່າວ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ສຶກສາລາຍຮັບ, ກໍາໄລ, ຜົນຕອບແທນຂອງການປູກພືດຜັກອິນຊີ. ເປັນການສຶກສາແບບປະສົມປະສານວິທີ ໂດຍມີການສຶກສາຂໍ້ມູນຈາກບົດລາຍງານຂອງບ້ານ ແລະ ການແຈກແບບສໍາພາດໃຫ້ຫົວໜ້າກຸ່ມຕອບ, ແຈກແບບສອບຖາມໃຫ້ປະຊາຊົນ ຈໍານວນ 21 ຄອບຄົວທີ່ປູກຜັກອິນຊີ ແລະ ຄອບຄົວທີ່ມີສ່ວນກ່ຽວຂ້ອງ ແລະ ດໍາເນີນການວິເຄາະຂໍ້ມູນດ້ວຍສະຖິຕິ ແລະ ທິດສະດີທີ່ກ່ຽວຂ້ອງ ຜົນການສຶກສາພົບວ່າ: ສະພາບທາງດ້ານຕົ້ນທຶນແນວພັນຂອງການເຮັດກະສິກໍາອິນຊີຈະມີພືດ 21-25 ວັນ, ພືດ 1 ເດືອນ, ພືດ 3 ເດືອນ ແລະ ພືດ 1 ປີ ໃນນີ້ເຫັນວ່າ ພືດທີ່ມີຕົ້ນທຶນຫຼາຍກວ່າໝູ່ແມ່ນພືດ 1 ເດືອນ ມີມູນຄ່າ 23,160 ພັນກີບ, ຮອງລົງມາແມ່ນພືດ 21-25 ວັນ ມີມູນຄ່າ 13,392 ພັນກີບ, ຮອງລົງມາ ແມ່ນພືດ 3 ເດືອນ ມີມູນຄ່າ 10,560 ພັນກີບ ແລະ ພືດທີ່ມີຕົ້ນທຶນນ້ອຍກວ່າໝູ່ ແມ່ນພືດ 1 ປີ ມີມູນຄ່າ 5,040 ພັນກີບ. ຊັບສິນຄົງທີ່ໂດຍລວມສະເລ່ຍ 21 ຄອບຄົວແມ່ນມີມູນຄ່າລວມ 167,900 ພັນກີບ ຄອບຄົວທີ່ມີມູນຄ່າຊັບສິນຄົງທີ່ຫຼາຍທີ່ສຸດເທົ່າກັບ 40,900 ພັນກີບ, ຄອບຄົວທີ່ມີມູນຄ່າໜ້ອຍທີ່ສຸດເທົ່າກັບ 1,100 ພັນກີບ ແລະ ບາງຄອບຄົວກໍບໍ່ມີເລີຍ, ຕົ້ນທຶນຄົງທີ່ຂອງຊາວກະສິກອນທີ່ເຮັດກະຊິກໍາອິນຊີໃນກຸ່ມບ້ານນາຊ່າວ ມີຕົ້ນທຶນຄົງທີ່ລວມທັງໝົດ 21 ຄອບຄົວເທົ່າ 416,200 ພັນກີບ ຄືຫຼາຍທີ່ສຸດແມ່ນເທົ່າກັບ 274,000 ພັນກີບ ແລະ ໜ້ອຍທີ່ສຸດເທົ່າ 700 ພັນກີບ. ຕົ້ນທຶນປ່ຽນແປງລວມທັງໝົດ 21 ຄອບຄົວເທົ່າກັບ 234,992 ພັນກີບຄອບຄົວທີ່ມີຕົ້ນທຶນປ່ຽນແປງຫຼາຍທີ່ສຸດເທົ່າກັບ 16,300 ພັນກີບ ແລະ ໜ້ອຍທີ່ສຸດເທົ່າ 7,120 ພັນກີບ. ຕົ້ນທຶນທັງໝົດລວມ 21 ຄອບຄົວເທົ່າກັບ 651,192,000 ກີບ, ລາຍຮັບຈາກການຂາຍພືດອິນຊີປີ 2017 ລວມທັງໝົດ 21 ຄອບຄົວ ເທົ່າກັບ 467,883 ກີບ, ລາຍຮັບ 2018 ແມ່ນ 506,624 ກີບ, 2019 ແມ່ນ 1,469,218 ກີບ, 2020 ແມ່ນ 1,975,842 ກີບ, 2021 ແມ່ນ 3,445,842 ກີບ, ກະແສເງິນສົດການດໍາເນີນງານ: ສາເຫດແມ່ນຍ້ອນວ່າເປັນຄອບຄົວທີ່ມີເນື້ອທີ່ໃນການເຮັດກະສິກໍາອິນຊີໜ້ອຍກວ່າໝູ່ໃນ 21 ຄອບຄົວ ຍ້ອນເຫດຜົນນີ້ ເມື່ອມີເນື້ອທີ່ໃນການເຮັດກະສິກໍາອິນຊີກໍຈະເຮັດໃຫ້ໄດ້ຮັບຜົນຜະລິດໜ້ອຍ ແລະ ເຮັດໃຫ້ມີກໍາໄລໜ້ອຍໃນການປູກພືດອິນຊີ.



