ໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ທີ່ມີຜົນຕໍ່ການດຳລົງຊີວິດຂອງປະຊາຊົນ ບ້ານໜອງບົວ ແລະ ບ້ານນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ
Coal-Fired Power Plant in Khammouan Province Affected on the Livelihood for Residents of Nongboua and Naphao Village, Boualapha District, Khammouan Province
DOI:
https://doi.org/10.71026/ss.2025.02006Keywords:
ໂຮງໄຟຟ້າຖ່ານຫີນ, ການດໍາລົງຊີວິດ, ຜົນກະທົບ, ສິ່ງແວດລ້ອມ ແລະ ສຸຂະພາບAbstract
ໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ແຂວງຄໍາມ່ວນ ທີ່ມີຜົນຕໍ່ການດໍາລົງຊີວິດຂອງປະຊາຊົນ ບ້ານ ໜອງບົວ ແລະ ບ້ານນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ມີ 2 ຈຸດປະສົງໄດ້ແກ່: ຄວາມຄິດເຫັນຂອງປະຊາຊົນບ້ານໜອງບົວ ແລະ ບ້ານນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ຕໍ່ກັບການສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຄຳມ່ວນ ແລະ ແນວທາງການແກ້ໄຂຜົນກະທົບດ້ານລົບຈາກການສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຄຳມ່ວນ. ໃນການຄົ້ນຄວ້າຄັ້ງນີ້ ແມ່ນໄດ້ໃຊ້ວິທີການຄົ້ນຄວ້າແບບວິທີປະລິມານ ແລະ ຄຸນນະພາບ. ກຸ່ມຕົວຢ່າງທັງ 2 ບ້ານ ຄື: ບ້ານໜອງບົວ ແລະ ບ້ານນາເພົ້າ ລວມທັງໝົດ 103 ຄົນ ແລະ ມີກຸ່ມເປົ້າໝາຍທາງຄຸນນະພາບ 21 ຄົນ.
ຜົນການສຶກສາພົບວ່າ: ສະພາບການດຳລົງຊີວິດຂອງປະຊາຊົນມີການຕິດພັນກັບທຳມະຊາດ ແລະ ອາໄສຊັບພະຍາກອນໃນພື້ນທີ່ໃນການດຳລົງຊີວິດ, ອາຊີບຫຼັກຂອງປະຊາຊົນແມ່ນເຮັດໄຮ່, ເຮັດນາ, ເຮັດກະສິກຳ ໂດຍການປູກຝັງ ແລະ ລ້ຽງສັດ ຕາມລະດູການ ຕິດພັນກັບການຫາເຄື່ອງປ່າຂອງດົງ ປະຊາຊົນມີຄວາມຄິດເຫັນຕໍ່ໃນເກືອບທຸກດ້ານ ຫຼາຍ ຖ້າຫາກວ່າມີການສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ໄດ້ແກ່: ຜົນກະທົບດ້ານດີ ແລະ ດ້ານລົບ ຕໍ່ສິ່ງແວດລ້ອມ, ຕໍ່ສຸຂະພາບ ແລະ ຕໍ່ເສດຖະກິດ-ສັງຄົມ ອັນນີ້ກໍ່ເນື່ອງມາຈາກພື້ນຖານເສດຖະກິດດັ້ງເດີມຂອງເຂົາເຈົ້າບໍ່ດີເທົ່າທີ່ຄວນ, ລະບົບໂຄງລ່າງພື້ນຖານ ໂຮງໝໍ, ໂຮງຮຽນ ແລະ ລະບົບນໍ້າສະອາດ ຍັງບໍ່ທັນພຽງພໍ ແຕ່ກໍກຳລັງໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວໃນປີຕໍ່ມາ; ອີກດ້ານໜຶ່ງ ປະຊາຊົນເອງກໍໄດ້ຮັບຂໍ້ມູນຂ່າວສານກ່ຽວກັບຜົນກະທົບດ້ານລົບ ຂອງການສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຄຳມ່ວນ ຈຶ່ງເຮັດໃຫ້ຄວາມຄິດເຫັນຂອງປະຊາຊົນຕໍ່ດ້ານລົບກໍຫຼາຍ. ສຳລັບແນວທາງການແກ້ໄຂຜົນກະທົບດ້ານລົບກໍແມ່ນຮຽກຮ້ອງໃຫ້ປະຊາຊົນເອງ, ອຳນາດການປົກຄອງທ້ອງຖິ່ນ ກໍຄືທຸກຂັ້ນ, ລວມເຖິງບໍລິສັດທີ່ຈະກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຄຳມ່ວນ ໄດ້ເອົາໃຈໃສ່ສຶກສາ ແລະ ວາງມາດຕະການທີ່ຮັດກຸມທີ່ສຸດ ຕໍ່ກັບບັນຫາທີ່ຈະເກີດໃນ 3 ດ້ານທີ່ໄດ້ກ່າວມາຂ້າງເທິງນັ້ນ ຄື: ມາດຕະການທາງດ້ານສິ່ງແວດລ້ອມ, ດ້ານສຸຂະພາບ ແລະ ດ້ານເສດຖະກິດ-ສັງຄົມ ພ້ອມກັບນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການຄວບຄຸມ ແລະ ປ້ອງກັນຜົນກະທົບຢ່າງເຂັ້ມງວດເພື່ອກໍ່ໃຫ້ເກີດຜົນປະໂຫຍດສູງສຸດແກ່ຊຸມຊົນເດີມ. ພ້ອມກັນນີ້ ຍັງຄວນເບິ່ງຄືນດ້ານສະຖານທີ່ຕັ້ງຂອງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຄຳມ່ວນ ເພື່ອຮັບປະກັນໃຫ້ມີຜົນກະທົບແກ່ການດຳລົງຊີວິດຂອງປະຊາຊົນບ້ານ ໜອງບົວ ແລະ ບ້ານນາເພົ້າ ກໍຄືຊຸມຊົນໃກ້ຄຽງຢ່າງໜ້ອຍທີ່ສຸດອີກດ້ວຍ.



