ສິດສຶບທອດມູນມໍຣະດົກຂອງຍິງ-ຊາຍຊົນເຜົ່າມົ້ງ: ກໍລະນີສຶກສາຢູ່ນະຄອນຫຼວງວຽງຈັນ

Inheritance rights of women and men of the Hmong tribe: A Case Study in Vientiane Capital

Authors

  • Khamphiou VILAYPHONE Faculty of Law and Political Science, National University of Laos Author
  • Phouxai CHANTHAVONG Faculty of Law and Political Science, National University of Laos Author
  • Keophila ANOUVONG Faculty of Law and Political Science, National University of Laos Author
  • Visouda CHOMMANYCHANH Faculty of Law and Political Science, National University of Laos Author
  • Phonevilay SULIYASENG Faculty of Law and Political Science, National University of Laos Author

DOI:

https://doi.org/10.71026/ss.2025.01017

Keywords:

ສັງຄົມ-ວັດທະນະທຳ, ບົດບາດຍິງ-ຊາຍ, ການສຶບທອດມູນມໍຣະດົກ ແລະ ຍິງ-ຊາຍຊົນເຜົ່າມົ້ງ.

Abstract

ການຄົ້ນຄວ້າໃນຫົວຂໍ້ "ສິດສຶບທອດມູນມໍຣະດົກຂອງຍິງ-ຊາຍ ຊົນເຜົ່າມົ້ງ ກໍລະນີສຶກສາຢູ່ນະຄອນຫຼວງວຽງຈັນ" ມີຈຸດປະສົງເພື່ອຊີ້ໃຫ້ເຫັນເຖິງແນວຄວາມຄິດຂອງປະຊາຊົນເຜົ່າມົ້ງກ່ຽວກັບສິດໃນການສຶບທອດມູນມໍຣະດົກລະຫວ່າງຍິງ-ຊາຍ, ສຶກສາການເຂົ້າເຖິງກົດໝາຍຂອງຊົນເຜົ່າມົ້ງ ແລະ ຄົ້ນຫາວິທີການແກ້ໄຂບັນຫາທີ່ກ່ຽວຂ້ອງ. ການສຶກສາຄັ້ງນີ້ແມ່ນການຄົ້ນຄວ້າແບບຄຸນນະພາບ, ໂດຍເກັບກຳຂໍ້ມູນຜ່ານການສຳພາດຄະນະບ້ານ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນຈາກບ້ານໜອງສອງຮ່ອງ ແລະ ບ້ານທ່າດິນແດງ ລວມທັງໝົດ 20 ຄົນ. 
ຜົນການຄົ້ນຄວ້າພົບວ່າ ປະຊາຊົນເຜົ່າມົ້ງສ່ວນຫຼາຍຍັງຄົງຍຶດຖືແນວຄິດຕາມຮີດຄອງປະເພນີດັ້ງເດີມ, ເຊິ່ງໃຫ້ຄວາມສຳຄັນແກ່ລູກຊາຍໃນການເປັນຜູ້ສືບທອດມູນມໍຣະດົກ. ໃນຂະນະດຽວກັນ, ລູກສາວເມື່ອແຕ່ງງານອອກເຮືອນໄປແລ້ວ ຈະບໍ່ມີສິດໄດ້ຮັບສ່ວນແບ່ງມູນມໍຣະດົກຈາກຄອບຄົວເດີມຂອງຕົນ, ເພາະຖືວ່າໄດ້ຍ້າຍໄປເປັນສະມາຊິກຂອງຄອບຄົວຝ່າຍຜົວແລ້ວ. ດ້ານການເຂົ້າເຖິງກົດໝາຍ, ພົບວ່າ ປະຊາຊົນເຜົ່າມົ້ງທັງຍິງ ແລະ ຊາຍ, ໂດຍສະເພາະແມ່ຍິງ, ຍັງຂາດຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ສາມາດເຂົ້າເຖິງຂະບວນການຍຸຕິທຳໄດ້ຢ່າງເຕັມສ່ວນ, ສ່ວນໜຶ່ງມາຈາກອຸປະສັກດ້ານການສຶກສາ ແລະ ພາສາ. ສຳລັບການແກ້ໄຂຂໍ້ຂັດແຍ່ງກ່ຽວກັບມູນມໍຣະດົກ, ສັງຄົມຊົນເຜົ່າມົ້ງນິຍົມໃຊ້ການໄກ່ເກ່ຍພາຍໃນຊຸມຊົນໂດຍຜູ້ອາວຸໂສ ຫຼື ຫົວໜ້າເຜົ່າ, ເຊິ່ງການຕັດສິນຍັງຄົງອີງໃສ່ຮີດຄອງປະເພນີແທນທີ່ຈະເປັນກົດ    ໝາຍບ້ານເມືອງ. ບົດຄົ້ນຄວ້ານີ້ຈຶ່ງມີຂໍ້ສະເໜີໃຫ້ຫັນມາບັງຄັບໃຊ້ກົດໝາຍຢ່າງຈິງຈັງ, ໂດຍສະເພາະປະມວນກົດໝາຍແພ່ງ, ເພື່ອສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ. ພ້ອມກັນນີ້, ຄວນມີການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຜົ່າມົ້ງ, ໂດຍສະເພາະແມ່ຍິງ, ໄດ້ຮັບຮູ້ເຖິງສິດທິພື້ນຖານຂອງຕົນ ເພື່ອໃຫ້ສາມາດເຂົ້າເຖິງຂະບວນການຍຸຕິທຳໄດ້ຢ່າງເທົ່າທຽມກັນ.

Downloads

Download data is not yet available.

Downloads

Published

2025-06-30

How to Cite

VILAYPHONE, K. ., CHANTHAVONG, P., ANOUVONG, K. ., CHOMMANYCHANH , V. ., & SULIYASENG , P. . (2025). ສິດສຶບທອດມູນມໍຣະດົກຂອງຍິງ-ຊາຍຊົນເຜົ່າມົ້ງ: ກໍລະນີສຶກສາຢູ່ນະຄອນຫຼວງວຽງຈັນ: Inheritance rights of women and men of the Hmong tribe: A Case Study in Vientiane Capital. ວາລະສານວິທະຍາສາດສັງຄົມ, 25(1), 136-143. https://doi.org/10.71026/ss.2025.01017

Similar Articles

61-70 of 107

You may also start an advanced similarity search for this article.