ຄຸນລັກສະນະຂອງຜູ້ປະກອບການຍິງທີ່ມີຜົນຕໍ່ກັບຄວາມສຳເລັດໃນການປະກອບທຸ ລະກິດ, ກໍລະນີສຶກສາ: ຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ ແລະ ໄຊເສດຖາ
Study the Characteristics of Female Entrepreneurs that Impact Their Business Success, Case Study: Chanthabuly, Sisattanak, Sikhottabong, and Saysettha
DOI:
https://doi.org/10.71026/c1b0w386Keywords:
ຜູ້ປະກອບການຍິງ, ຜູ້ປະກອບການ, ແລະ ການປະກອບກິດຈະການAbstract
ບົດຄົ້ນຄວ້ານີ້ ໄດ້ສຶກສາກ່ຽວກັບຄຸນລັກສະ ນະຂອງຜູ້ປະກອບການຍິງທີ່ມີຜົນຕໍ່ຄວາມສຳ ເລັດໃນການປະກອບທຸລະກິດ ໂດຍມີ 2 ຈຸດປະ ສົງຄື: ສະພາບລວມຂອງຜູ້ປະກອບການຍິງ, ສຶກສາຄຸນລັກສະນະຂອງຜູ້ປະກອບການຍິງທີ່ມີຜົນຕໍ່ກັບຄວາມສຳເລັດໃນການປະ ກອບທຸລະກິດ ຂໍ້ມູນທີ່ໃຊ້ເຂົ້າໃນການສຶກສາຄັ້ງນີ້ແມ່ນ ສຶກສາແບບພັນລະນາ ແລະ ແບບປະລິມານ ໂດຍນຳໃຊ້ໂປຣແກຣມ SPSS version 26 ເຂົ້ານຳໃຊ້ທາງສະຖິຕິນຳໃຊ້ວິທີຜັນປ່ຽນຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (Percentage), ຄ່າສະເລ່ຍ (Mean ), ຄ່າຜັນປ່ຽນມາດຕະຖານ (SD), One-way ANOVA ແລະ LSD. ຈາກການສຶກສາໃນຄັ້ງນີ້ເຫັນວ່າ ຜູ້ຕອບແບບສອບຖາມເປັນເພດຍິງ, ມີອາຍຸລະຫວ່າງ 31-40 ປີ ມີຈຳນວນ 58 ຄົນ, ມີລະດັບການສຶກສາປະລິນຍາຕີ ມີຈຳນວນ 90ຄົນ, ມີສະຖານະແຕ່ງງານຈຳ ນວນ 158 ຄົນ, ມີແຫຼ່ງເງິນທຶນຕົນເອງ ຈຳນວນ 161 ຄົນ, ໄລ ຍະເວລາດຳເນີນທຸລະກິດ 5-10 ປີ ຈຳ ນວນ 67 ຄົນ ແລະ ການເຂົ້າຮ່ວມອົບຮົມ ແມ່ນບໍ່ເຄີຍມີຈຳນວນ 150 ຄົນ, ດ້ານຄວາມເຊື່ອໝັ້ນໃນຕົນເອງ ຢູ່ໃນລະດັບຄວາມສຳຄັນຫຼາຍທີ່ສຸດ ໂດຍຄ່າສະເລ່ຍ 4.64, ດ້ານຄວາມອົດທົນ ຢູ່ໃນລະດັບຄວາມສຳຄັນຫຼາຍທີ່ສຸດ ໂດຍຄ່າສະເລ່ຍ 4.71, ດ້ານຄວາມກ້າສ່ຽງຢູ່ໃນລະດັບຄວາມສຳຄັນຫຼາຍທີ່ສຸດ ໂດຍຄ່າສະ ເລ່ຍ 4.65, ດ້ານການສັງເກດການໄກ ຢູ່ໃນລະ ດັບຄວາມສຳ ຄັນຫຼາຍທີ່ສຸດ ໂດຍຄ່າສະເລ່ຍ 4.50, ດ້ານຄວາມສະໝ່ຳສະເໝີ ແລະ ມຸ່ງໝັ້ນໃນການຮຽນຮູ້ ຢູ່ໃນລະດັບຄວາມສຳຄັນຫຼາຍທີ່ສຸດ ໂດຍຄ່າສະເລ່ຍ 4.74 ແລະ ດ້ານຄວາມເປັນຜູ້ນຳ ຢູ່ໃນລະດັບຄວາມສຳຄັນຫຼາຍທີ່ສຸດ ໂດຍຄ່າສະເລ່ຍ 4.74.



