ສຶກສາຄວາມຄິດເຫັນຂອງພະນັກງານສ່ວຍສາອາກອນປະຈໍາແຂວງວຽງຈັນຕໍ່ກັບບັນຫາກວດກາຫຼັງການແຈ້ງລາຍຮັບ
The study Tax Office’s Opinions at Tax of Vientiane Province toward the Problem of Tax Auditing
DOI:
https://doi.org/10.71026/ss.2023.01003Keywords:
ຄວາມຄິດເຫັນ, ພະນັກງານສ່ວຍສາອາກອນ, ແຂວງວຽງຈັນ ແລະ ການກວດກາຫຼັງການແຈ້ງລາຍຮັບAbstract
ການສຶກສາເລື່ອງ “ຄວາມຄິດເຫັນຂອງພະນັກ ງານສ່ວຍສາອາກອນປະຈໍາແຂວງວຽງຈັນ ຕໍ່ບັນຫາກວດກາຫຼັງການແຈ້ງລາຍຮັບ” ໂດຍມີຈຸດປະສົງສຶກສາຄວາມຄິດເຫັນຂອງພະນັກງານສ່ວຍສາອາກອນຢູ່ສ່ວຍສາອາກອນປະຈໍາແຂວງ ວຽງຈັນຕໍ່ບັນຫາກວດກາຫຼັງການແຈ້ງລາຍຮັບ ແລະ ປຽບທຽບຄວາມຄິດເຫັນຂອງພະນັກງານສ່ວຍສາອາກອນຢູ່ສ່ວຍສາອາກອນປະຈໍາແຂວງ ວຽງຈັນຕໍ່ບັນຫາກວດກາຫຼັງການແຈ້ງລາຍຮັບ ໂດຍຈໍາແນກຕາມໄລຍະເວລາການເຮັດວຽກ, ລະດັບຊັ້ນຕໍາແໜ່ງ ແລະ ຂະແໜງການທີ່ສັງກັດ. ກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນ ພະນັກງານສ່ວຍສາອາກອນປະຈໍາແຂວງ ວຽງຈັນ ຈໍານວນ 42 ຄົນ; ໂດຍໃຊ້ແບບສອບຖາມໃນການເກັບ ກໍາຂໍ້ມູນ ແລະ ນໍາໃຊ້ໂປຣແກຣມ SPSS ເພື່ອຊອກຫາຄ່າຄວາມຖີ່ (ສ່ວນຮ້ອຍ), ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ຄິດໄລ່ຄ່າສະຖິຕິທົດສອບ F-Test ຫຼື One-Way ANOVA ເຂົ້າໃນການວິເຄາະຂໍ້ມູນ.
ຜົນການສຶກສາຄວາມຄິດເຫັນຂອງພະນັກງານສ່ວຍສາອາກອນປະຈໍາແຂວງ ວຽງຈັນ ຕໍ່ບັນຫາກວດກາຫຼັງການແຈ້ງລາຍຮັບ ໃນບັນຫາດ້ານການວາງແຜນ ແລະ ກະກຽມກ່ອນການກວດກາ ໂດຍ ລວມແລ້ວແມ່ນຢູ່ໃນລະດັບປານກາງ, ດ້ານການດຳ ເນີນການກວດກາ ໂດຍລວມແລ້ວແມ່ນຢູ່ໃນລະດັບປານກາງ, ດ້ານການສະຫຼຸບ ແລະ ການບັນທຶກຜົນການກວດກາໂດຍລວມແລ້ວແມ່ນຢູ່ໃນລະດັບປານກາງ.ໂດຍມີຄ່າສະເລ່ຍ 2.78; 2.75; 2.98 ຕາມລຳດັບ.
ຜົນການປຽບທຽບຄວາມຄິດຂອງພະນັກງານສ່ວຍສາອາກອນແຂວງ ວຽງຈັນ ແມ່ນເຫັນໄດ້ວ່າ: ຜູ້ທີ່ມີໄລຍະເວລາເຮັດວຽກແຕກຕ່າງກັນມີຄວາມຄິດເຫັນແຕກຕ່າງກັນໃນດ້ານດຽວເທົ່ານັ້ນ ຄື: ບັນຫາດ້ານ ການດໍາເນີນງານ, ຜູ້ທີ່ມີລະດັບຊັ້ນຕໍາແໜ່ງທີ່ ແຕກຕ່າງກັນມີຄວາມຄິດເຫັນ ແຕກຕ່າງກັນໃນ 2 ດ້ານຄື: ບັນຫາດ້ານການວາງແຜນ ແລະ ການກະ ກຽມກ່ອນການກວດກາ; ບັນຫາດ້ານການສະຫຼຸບ ແລະ ການບັນທຶກຜົນການກວດກາທີ່ແຕກຕ່າງກັນ, ຜູ້ທີ່ມີຂະແໜງທີ່ສັງກັດທີ່ແຕກຕ່າງກັນມີຄວາມຄິດເຫັນແຕກຕ່າງກັນໃນດ້ານດຽວຄື: ບັນຫາດ້ານການສະຫຼຸບ ແລະ ການບັນທຶກຜົນການກວດກາທີ່ແຕກຕ່າງກັນ.



